ບໍລິສັດນຳເຂົ້າ ແລະ ຈຳໜ່າຍນ້ຳມັນພາຍໃນປະເທດ ມີທັງ ແອັດຊັງພິເສດ, ແອັດຊັງທົ່ວໄປ ແລະ ກາຊວນ ທີ່ມີຄຸນນະພາບຂອງປະເທດລາວ
ບໍລິສັດ ທີທີ ພາວເວີໂຕໂທ່ ເປັນບໍລິສັດທີ່ໄດ້ຮັບອານຸຍາດຈາກລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການເຄື່ອນໄຫວທຸລະກິດນ້ຳມັນຢ່າງຄົບວົງຈອນ ຖືກຕ້ອງຕາມມາດຕະຖານລາວ ແລະ ສາກົນ ມີຄັງນ້ຳມັນ 9 ສາຂາທົ່ວປະເທດ ຂະໜາດບັນຈຸ 15 ລ້ານລິດ/ທ້ຽວ ແລະ ມີປ້ຳນ້ຳມັນບໍລິການທົ່ວປະເທດ 120 ແຫ່ງ ມີພາຫະນະ ແລະ ພະນັກງານທີ່ໄດ້ຮັບການອົບຮົມໄດ້ມາດຕະຖານ ມີແຫຼ່ງນ້ຳມັນທີ່ສາມາດສະໜອງຕອບຕາມຄວາມຕ້ອງການຂອງຕະຫຼາດໄດ້ບໍ່ຈຳກັດ
ບໍລິສັດ ທີທີ ພາວເວີໂຕໂທ່ ສາຂາແກ່ນທ້າວ ແຂວງໄຊຍະບູລີ ຕັ້ງຢູ່ທີ່ ບ້ານທ້າວແກ່ນ, ເມືອງແກ່ນທ້າວ, ແຂວງໄຊຍະບູລີ ໂດຍມີ ທ່ານ ນ ສຸດາວອນ ສີສຸກ ເປັນຜູ້ບໍລິຫານ
ອີງຕາມກົດໝາຍວ່າດ້ວຍວິສາຫະກິດເລກທີ 46/ສພຊ, ລົງວັນທີ 26/12/2013 ແລະ ອີງຕາມໃບຄຳຮ້ອງສະເໜີປ່ຽນແປງເນື້ອທີ່ໃນທະບຽນວິສາຫະກິດເລກທີ 005/ທທພ, ລົງວັນທີ 20/03/2019
ອີງໃສ່ ມາດຕາ 40 ຂອງກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ ເລກທີ 46/ສພຊ ລົງວັນທີ 26 ທັນວາ 2013 ແລະ ອີງໃສ່ໃບສະເໜີແຈ້ງລົງທະບຽນສ້າງຕັ້ງສາຂາ ລົງວັນທີ 05/04/2019
ນ້ຳມັນຄຸນນະພາບສູງ ສະອາດ ໄດ້ມາດຕະຖານສາກົນ
ແອັດຊັງພິເສດ ແລະ ແອັດຊັງທົ່ວໄປ ຄຸນນະພາບສູງ ສະອາດ ມາດຕະຖານສາກົນ
ນ້ຳມັນກາຊວນ ຄຸນນະພາບສູງ ສະອາດ ມາດຕະຖານສາກົນ
ບໍລິການຂົນສົ່ງນ້ຳມັນທັງພາຍໃນແຂວງ ແລະ ຕ່າງແຂວງ
ສັ່ງຊື້ນ້ຳມັນ ແລະ ລະບົບຈັດການສຳລັບພະນັກງານ
ທີມງານ ທີທີ ພາວເວີ ໂຕໂທ່ ສາຂາແກ່ນທ້າວ





ພ້ອມໃຫ້ບໍລິການ ແລະ ຕອບທຸກຄຳຖາມ